Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

Trend Micro ເບິ່ງໄກໄປເຖິງ 10 ປີ ເປີດເຜີຍໃຫ້ເຫັນວ່າໄພຄຸກຄາມທາງໄຊເບີ ປີ 2030 ໄປໄກຫຼາຍກວ່າທີ່ຄິດ



ເອ​ວາ​ ເສີນ​ ແລະ ​ຣິກ​ ເຟີ​ຣ໌​ກູ​ສັນ​

 

ອາຊະຍາກໍາ​ຄອມພິວເຕີ​ ປີ​ 2021 ວ່າ​ຮ້າຍແຮງ​ແລ້ວ​ ແຕ່​ອີກ​ 10 ປີ ​ຂ້າງ​ໜ້າ​ ໄພຄຸກຄາມທາງໄຊ​ເບີ​ຈະ​ຍິ່ງ​ຮ້າຍແຮງ​ຂຶ້ນຕື່ມ​ອີກ​ ເປັນ​ສັນຍາ​ນວ່າ​ທຸກ​ຄົນ​ທຸກ​ຝ່າຍ​ຄວນ​ປັບ​ຕົວ​ ເພື່ອ​ຮັບ​ມື​ກັບ​ໂລກ​ທີ່​ມີ​ສະຖານະການ​ດັ່ງກ່າວ.

ຣິກ​ ເຟີ​ຣ໌​ກູ​ສັນ​ (Rik Ferguson) ຮອງ​ປະ​ທານ​ຝ່າຍ​ວິ​ໄຈຄວາມ​ປອດໄ​ພຂອງ​ບໍລິສັດ​ Trend Micro​ ໃຊ້​ເວລາ​ 10 ນາ​ທີ​ໃນ​ງານ​ Trend Micro Perspectives 2021 ອະທິບາຍ​ພາບ​ລວມ​ ຂອງໄ​ພ​ໄຊ​ເບີ​ ​ປີ​ 2030 ໄດ້​ຢ່າງ​ຕື່ນຕາຕື່ນ​ໃຈ​ ຜ່ານເນື້ອ​ຫາ​ຈາກ​ໂຄງ​ການ​ວິ​ໄຈ​ຫຼ້າ​ສຸດ​ທີ່​ເຮັດ​ຂຶ້ນ​ມາ ​ເພື່ອ​ໃຫ້​ທຸກ​ອົງ​ກອນ ​ແລະ ​ທຸກ​ປະເທດ​ສາມາດ​ເບິ່ງ​ເຫັນ,​ ນໍາ​ທັນ​ ແລະ​ ວາງ​ແຜນ​ໃນ​ໄລຍະ​ຍາວ​ໄດ້​ທັນ​ການ.​

ໂຄງ​ການ​ນີ້​ມີ​ຊື່​ວ່າ​ Project 2030 ຊຶ່ງ​ເປັນ​ພາກ​ຕໍ່​ຫຼັງ​ຈາກ​ທີ່​ Trend Micro ​ເຄີຍສະແດງ​ລາຍ​ງານ​ Project 2020 ໃນ​ປີ​ 2012 ທີ່ຖືກຕ້ອງ​ຫຼາຍ​ເລື່ອງ​ມາ​ແລ້ວ​ ຄວາມ​ໜ້າສົນ​ໃຈ​ຂອງ​ໂຄງ​ການ​ໃໝ່​ຍັງ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ສະ​ຖິ​ຕິ​ ໃນ​ປີ​ 2020 ທີ່ Trend Micro ​ຊີ້​ໃຫ້ເຫັນວ່າ​ສຳ​ນັກ​ງານ​ FBI ​ຂອງ​ສະຫາລັດອາເມລິກາ​ໄດ້ຮັບ​ການ​ຮ້ອງ​ຮຽນ​ຫຼາຍກວ່າ​ 2,000 ເລື່ອງທຸກ​ມື້​ ກ່ຽວກັບ​ອາຊະຍາກໍາທາງ​ອິນ​ເຕີ​ເນັດ​.

ຈຳນວນ​ຂໍ​ຮ້ອງ​ຮຽນ​ທີ່​ເພີ່ມ​ຂຶ້ນ​ 69% ເມື່ອ​ທຽບ​ເປັນ​ລາຍ​ປີ​ ໂດຍ​ຄິດ​ເປັນ​ຄວາມ​ເສຍ​ຫາຍ​ທັງໝົດ​ເຖິງ​ 4,200 ລ້ານ​ດອນ​ລາ​ສະຫາລັດ​ ຫຼື ​ປະ​ມານຫຼາຍກວ່າ​ 93 ຕື້ຕື້ກີບ​ ສະ​ຖິ​ຕິ​ທັງ​ໝົດ​ມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ​ອີກ​ຕໍ່​ເນື່ອງ​ຕະຫຼອດ​ 10 ປີນັບ​ຈາກ​ນີ້​.

ເອ​ວາ​ ເສີນ​ ຜູ້​ຮ່ວມ​ກໍ່​ຕັ້ງ​ ແລະ​ ປະ​ທານ​ເຈົ້າ​ຫນ້າທີ່​ບໍລິຫານ​ ​ Trend Micro ຢ້ຳ​ເຖິງ​ຄວາມ​ສຳຄັນ​ທີ່​ທຸກ​ຄົນ​ຈະ​ຕ້ອງ​ລະ​ວັງ​ຕົວ​ຢ່າງ​ເລັ່ງ​ດ່ວນ​ ໂດຍ​ບອກ​ວ່າ​ນາ​ທີ​ນີ້​ອາຊະຍາກອນ​ໄຊ​ເບີ​​ຍັງ​ໂຈມ​ຕີຫຼາຍ​ຂຶ້ນ​ ເພາະ​ໃນ​ປີ​ 2020 ຂະບວນ​ການມັນແວຮຽກຄ່າໄຖ່ (Ransomware) ​ເພີ່ມ​ຂຶ້ນ​ 34% ແລະ​ ພາກສ່ວນ​ທຸລະກິດ​ທີ່​ໄດ້ຮັບ​ຜົນ​ກະທົບ​ສູງ​ສຸດ​ຄື​ ລັດຖະບານ,​ ການ​ທະ​ນາ​ຄານ,​ ການ​ຜະລິດ,​ ການ​ເບິ່ງ​ແຍງ​ສຸຂະພາບ,​ ການ​ເງິນ​, ການສຶກສາ,​ ເຕັກ​ໂນ​ໂລ​ຊີ,​ ອາຫານ​ ແລະ ​ເຄື່ອງ​ດື່ມ​, ນໍ້າມັນ ​ແລະ​ ແກສ​ ລວມເຖິງ​ການ​ປະ​ກັນ​ໄພ ​ຕາມ​ລຳ​ດັບ​.

ນອກ​ຈາກ​ນີ້,​ ການ​ປ່ຽນ​ແປງ​ໂຄງ​ສ້າງ​ພື້ນ​ຖານ ​ແລະ ​ພຶດຕິກຳ​ຂອງ​ຜູ້​ໃຊ້​ລ້ວນແຕ່​ກຳ​ລັງ​ກໍ່​ໃຫ້​ເກີດໄ​ພ​ຄຸກ​ຄາມ​ທາງ​ໄຊ​ເບີ​​ ໂດຍ​ສະເພາະ​ການ​ໃຊ້​ຄລາວ (Cloud Computing) ​ທີ່​ອົງກອນ​ຄວນ​ຕ້ອງ​ໃຊ້​ເຄື່ອງ​ມື​ປ້ອງ​ກັນ​ທີ່​ອອກ​ແບບ​ມາ​ສະເພາະ​ທາງ ​ສຳລັບ​ສະ​ຖາ​ປັດ​ຕະຍາກໍາການ​ປະ​ມວນ​ຜົນ​ແບບ​ຄລາວ​.

 

ກະກຽມຍຸດທະສາດໄລຍະຍາວ

Project 2030 ທີ່​ ຣິກ​ ເຟີ​ຣ໌​ກູ​ສັນ ນໍາມາ​ເລົ່າ​ນັ້ນ ​ບໍ່​ໄດ້​ເນັ້ນ​ທຳນາຍ​ອະນາຄົດ​ຂອງ​ໄພຄຸກຄາມທາງ​ໄຊ​ເບີ​​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ​ ແຕ່​ໃຊ້​ວິທີ​ຄາດ​ການ​​ໃນ​ເມືອງ​ສົມ​ມ​ຸດ ນັ້ນ​ຄື​ເມືອງ​ນິວ​ຊານ​ໂຈ​ແບນ​ (New San Joban) ທີ່​ຈະ​ເປັນ​ພື້ນ​ທີ່ສົມມຸດ ​ຊຶ່ງ​ລວມສະຖານະການ​ຈາກ​ການ​ປະ​ເມີນ​ພື້ນ​ຖານໄ​ພຄຸກ​ຄາມ ​ແລະ​ ອາຊະຍາກອນ​ໄຊ​ເບີ​​ໃນ​ປັດຈຸບັນ​ ລວມ​ເຖິງ​ຄຸນສົມບັດ​ຫຼັກ​ອື່ນໆ​ຂອງ​ລະບົບ​ແວດ​ລ້ອມ​ສຳລັບ​ການ​ຮັກສາ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​.

‘ເຮົາ​ໃຊ້​ຂໍ້​ມູນ​ຂອງ​ອົງ​ກອນ​ລະຫວ່າງ​ປະເທດ​ເຊັ່ນ: ​ຕຳຫຼວດ​ສາກົນ,​ ອົງ​ການ​ສະ​ຫະປະ​ຊາ​ຊາດ​, ລວມ​ເຖິງ​ໄພຄຸກຄາມທາງ​ໄຊ​ເບີ​ທີ່​ກ່ຽວ​ຂ້ອງ​ກັບ​ໂຄ​ວິດ​-19 ຂະຫຍາຍ​ໄປ​ນອກ​ເໜືອ​ຈາກ​ອາຊະຍາກໍາ​​ທາງ​ອິນ​ເຕີ​ເນັດ​ ທີ່​ມີ​ແຮງ​ຈູງ​ໃຈ​ທາງ​ການ​ເງິນ​ຮ່ວມ​ກັບ​ການ​ຄາດ​ການ​ໄລ​​ຍະ​ສັ້ນ​ ຂອງ​ອຸດສາຫະກຳ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​​ ເພື່ອ​ໃຫ້​ຮູ້ວ່າ​ນ້ຳ​ໜັກ​ຂອງ​ອຸດສາຫະກຳ​ໃນ​ປັດຈຸບັນ​ຢູ່​ບ່ອນໃດ​.



ຕົວ​ເລັ່ງ​ການ​ປ່ຽນ​ແປງ​ໂລກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ 10 ປີ​ນັບ​ຈາກ​ນີ້​

ຣິກ​ ບອກ​ວ່າ​ ການ​ປ່ຽນ​ແປງ​ຢ່າງ​ວ່ອງໄວ​ ແລະ​ ການ​ເລັ່ງ​ໃຊ້​ເຕັກ​ໂນ​ໂລ​ຊີເກີດ​ໃໝ່​ໃນ​ມື້​ນີ້​ ລ້ວນ​ເຊື່ອມ​ໂຍງ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ຈະ​ເປັນ​ກະ​ແສ​ຫຼັກ​ ໃນ​ປີ​ 2030 ທັງ​ລະບົບ​ປັນຍາ​ປະດິດ​ ຫຼື​ AI, ຄວາມ​ແຜ່​ຫຼາຍ​ຂອງ​ 5G ແລະ​ ອຸປະກອນ​ IoT ທີ່​ຈະ​ມີ​ຜົນ​ໂດຍ​ກົງ​ກັບ​ວິ​ຖີ​ຊີວິດ​ຂອງ​ຜູ້ຄົນ​ໃນ​ອີກ​ 10 ປີ​ຂ້າງ​ໜ້າ​, Trend Micro ​ຈຶ່ງ​ຈຳ​ລອງ​ສະຖານະການ​ຂອງ​ບຸກ​ຄົນ​ດ້ວຍ​ວິ​ໃສ​ທັດ​ຂອງ​ບໍລິສັດ​ຜ່ານ​ຜູ້ຍິງ​ທີ່​ຊື່ ​ເຣດ​ຊິນ​ລາ​ (Resila).

ເຣດ​ຊິນ​ລາ​ ແລະ ​ຄອບຄົວ​ອາໄສ​ຢູ່​ທີ່​ໃຈ​ກາງ​ເມືອງ​ ນາງ​ເຮັດວຽກ​ຈາກ​ບ້ານ​ ໃຊ້​ອຸປະກອນ​ສວມ​ໃສ່​ໄດ້​ເພື່ອ​ຕິດ​ຕາມ​ຂໍ້​ມູນ​ໂພສະ​ນາ​ການ​ ແລະ​ ໃຊ້​ບໍລິການຮ້ານ​ຄ້າຍ່ອຍ​ ລວມ​ເຖິງ​ບໍລິການ​ສຸຂະພາບ​ເຊັ່ນ​ດຽວ​ກັບ​ຫຼາຍ​ຄົນ​ໃນ​ເມືອງ​.

ພຶດຕິກຳ​ຂອງ​ຜູ້ຄົນ​ໃນ​ຍຸກ​ຂອງ​ເຣດ​ຊິນ​ລາ​ປ່ຽນ​ໄປ​ຈາກ​ຄົນ​ຍຸກ​ນີ້​ ເພາະ​ທຸກ​ຢ່າງ​ຈະ​ອຸດົມສົມບູນ​ດ້ວຍ​ເຊັນ​ເຊີ​ (Sensor) ​ທີ່​ເຊື່ອມ​ຕໍ່​ກັນ ​ເພື່ອ​ຈັດການ​ຂໍ້​ມູນ​ຕັ້ງ​ແຕ່​ເລື່ອງ​ອາຫານ​, ຮ້ານ​ຂາຍ​ເຄື່ອງແຫ້ງ​ອອນ​ລາຍ ລວມ​ເຖິງ​ປະສົບການ​ການ​ດື່ມ​ດ່ຳ​ກັບ​ອາຫານ​ຈາກ​ລະບົບ​ພິມ​ 3 ມິ​ຕິ​ທີ່​ຈະ​ເກີດ​ຂຶ້ນ​ທີ່​ບ້ານ.

ໄຮ​ເທັກ​ກວ່າ​ເກົ່າ​

ຢູ່ທີ່​ໂຮງຮຽນ​ ລູກ​ຂອງ​ເຣດ​ຊິນ​ລາ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ວິທີ​ເຮັດ​ ຫຼື ​ການ​ດຳ​ເນີນ​ການ​ ເພາະ​ການສຶກສາ​ໃນ​ອະນາຄົດ​ຈະ​​ເນັ້ນ​ໜັກໄປ​ທີ່​ການ​ປະ​ຍຸກ ​ຫຼື ​ແປຮູບ​ເປັນ​ຫຼັກ​ ຫຼາຍກວ່າ​ການ​ຮຽນ​ເພື່ອ​ໃຫ້​ໄດ້​ຄວາມ​ຮູ້ຄືກັບຍຸກ​ນີ້​.

ຍຸກ​ຂອງ​ເຣດ​ຊິນ​ລາ​ຈະ​ເດັ່ນ​ເລື່ອງ​ແອັບ​ພິ​ເຄ​ຊັ່ນ​ທາງ​ການ​ແພດ​ທີ່​ກ້າວ​ໜ້າ​ ມີ​ການ​ກ່າວ​ເຖິງ​ເຊວດິ​ຈິ​ຕອນທີ່​ມີ​ອາ​ຍຸ​ຍືນ​ກວ່າ​ຄວາມ​ຕາຍ​ຂອງ​ຄົນ​ເຮົາ​ ມະນຸດ​ດິ​ຈິ​ຕອນຍຸກ​ໜ້າ​ຈະ​ມີ​ອິດສະຫຼະ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ໂດຍ​ສະເພາະ​ເມື່ອ​ໂລກ​ທາງ​ກາຍະ​ພາບ ​ແລະ ​ໂລກ​ດິ​ຈິ​ຕອນເຂົ້າ​ໃກ້​ກັນ​ຫຼາຍ​ຂຶ້ນ​ ທຸກ​ຄົນ​ຈະ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ພຶດຕິກຳ​ທີ່​ບໍ່​ເໝາະ​ສົມ​ ລວມ​ເຖິງ​ພຶດຕິກຳ​ທາງ​ອາ​ຍາ​ທີ່​ອາດຈະ​ເຮັດໃຫ້​ເກີດ​ຄວາມ​ສູນເສຍ​ ນໍາ​ໄປ​ສູ່​ການ​ຮຽກ​ຮ້ອງ​ຢຽວ​ຢາ​ທາງ​ກົດໝາຍ​ທີ່​ເຂັ້ມ​ຂົ້ນ​ຂຶ້ນ​ເຣດ​ຊິນ​ລາ​ເຮັດວຽກ​ໃນ​ບໍລິສັດ​ພາກ​ການ​ຜະລິດ​ ຊຶ່ງ​ເປັນ​ພາກສ່ວນ​ທີ່​ງານ​ DevOps ຫຼື ​ທີມ​ພັດທະນາ​ ແລະ ​ທີມ​ປະຕິບັດການ​ຈະ​ຖືກ​ປ່ຽນ​ເປັນ​ຮູບ​ແບບ​ Design Operations (DesOps) ເພາະ​ຄວາມ​ຈຳ​ເປັນ​ຕ້ອງ​ປັບ​ແຕ່ງ​ສາຍ​ການ​ຜະລິດ​ຮູບ​ແບບ​ໃໝ່​.

ຈຸດ​ນີ້​ຣິກ​ມອງ​ວ່າ​ ການ​ແຜ່ລະ​ບາດຄັ້ງ​ໃຫຍ່​ຍັງ​ເຮັດໃຫ້​ອົງກອນ​ເຂົ້າ​ສູ່​ຫ່ວງ​ໂສ້​ອຸປະ​ທານ​ດ້ານ​ການ​ເບິ່ງ​ແຍງ​ສຸຂະພາບ​ຢ່າງ​ມີໃ​ນ​ສຳຄັນ​ ແລະ​ ມີ​ການ​ພັດທະນາ​ພັດສະດຸທີ່​ສ້ອມແປງຕົວ​ເອງ​ໄດ້​ ເພື່ອ​ໃຊ້​ໃນ​ງານ​ໂຄງ​ຂ່າຍ​ຕັ້ງ​ແຕ່​ສາຍ​ເຄ​ເບິນ​ໃນ​ກົ້ນ​ມະຫາ​ສະໝຸດ​ ໄປ​ຈົນ​ເຖິງ​ລະບົບ​ສື່​ສານ​ຜ່ານ​ດາວ​ທຽມ​ໃນ​ສຸດ​ຂອບ​ອາວະກາດ​.

‘ໂຄງ​ສ້າງ​ພື້ນ​ຖານ​ ສະພາບ​ແວດ​ລ້ອມ​ ແລະ​ ເຕັກ​ໂນ​ໂລ​ຊີການ​ດຳ​ເນີນ​ງານ​ລະ​ດັບ​ອົງ​ກອນ​ທັງ​ໝົດ​ທີ່​ເປັນ​ດິ​ຈິ​ຕອນ​ ລວມ​ເຖິງ​ການ​ເປີດ​ໃຊ້​ງານ​ເຄືືືືືອ​ຂ່າຍ​ 5G ສ່ວນ​ຕົວ​ ແມ່ນ​ຈະ​ຊ່ວຍ​ໃຫ້​ສາມາດ​ບຳ​ລຸງ​ຮັກສາ​ລະບົບ​ໃນການ​ປ້ອງ​ກັນ​ໄດ້​ຢ່າງ​ຖືກຕ້ອງ ແຕ່​ພື້ນ​ທີ່​ການ​ໂຈມ​ຕີ​ກໍ່​ຂະຫຍາຍ​ກວ້າງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດເຈນ​’ ຣິກ​ ໄດ້ກ່າວໄວ້​.

ໃນ​ຂະນະ​ທີ່​ໂລກ​ອະນາຄົດ​ຕ້ອງ​ການ​ລະບົບ​ຢືນຢັນ​ຕົວ​ຕົນ​ແບບ​ real-time​, ໄພການ​ໂຈລະ​ກຳ​ຊັບ​ສິນ​ທາງ​ປັນຍາ​ກໍ່ຈະຍັງ​ເປັນ​ບັນຫາ​ຕໍ່ໄປ​ຄືເກົ່າ​, ອາດ​ຈະນຳ​ໄປ​ສູ່​ການ​ກໍ່​ກວນ​ ຫຼື ​ໂຈມ​ຕີ​ດ້ວຍ​ຂໍ້​ມູນ​ ຊຶ່ງ​ໃນ​ກໍລະນີ​ທີ່​ຮ້າຍແຮງ​ທີ່ສຸດ​ ກໍ​່ອາດ​ຈະນຳ​ໄປ​ສູ່​ການທໍາ​ຮ້າຍ​ຮ່າງກາຍ​ໃນ​ໂລກ​ຄວາມ​ຈິງ​.

ສະຖານະການ​ເຫຼົ່າ​ນີ້​ສະ​ທ້ອນໃຫ້ເຫັນ​ຄວາມ​ກັງ​ວົນ​ຂອງ​ຫນ່ວຍ​ງານ​ລັດ​ໃນ​ນິວ​ຊານ​ໂຈ​ແບນ​ ທີ່​ຈະ​ຕ້ອງ​ສັງລວມ​ຂໍ້​ມູນ​ຈາກ​ແຫຼ່ງ​ຕ່າງ​ໆ​ ເພື່ອ​ປະໂຫຍດ​ດ້ານ​ສຸຂະພາບ ​ແລະ​ ຄວາມ​ເປັນ​ຢູ່​ທີ່​ດີ​ຂອງ​ພົນລະເມືອງ​ ເຖິງ​ແມ່ນວ່າ​ຈະ​ມີ​ການ​ວິ​ເຄາະ​ Big data ​ທີ່​ຈູງ​ໃຈ​ໃຫ້​ເກີດ​ພຶດຕິກຳ​ທີ່​ດີ​ໃນ​ເມືອງ​ອັດ​ສ​ະລິຍະ (Smart city)​ ແຕ່​ສັງຄົມ​ໃນ​ພາບ​ລວມ​ອາດຈະ​ມີ​ຄວາມບໍ່ສະເໝີພາບ​ສູງ​ເພາະ​ການ​ເປັນ​ສັງຄົມ​ຂາດ​ເງິນ​ສົດ​ ລວມ​ເຖິງ​ສະ​ກຸນ​ເງິນ​ດິ​ຈິ​ຕອນ​ທີ່​ມີໄວ້​ໄດ້​ແບບ​ບໍ່​ເປີດ​ເຜີຍ​ຕົວ​ຕົນ​ ຊຶ່ງຍັງ​ຕ້ອງ​ຕິດ​ຕາມ​ຜົນ​ກະທົບ​ຂອງ​ປະ​ເດັນ​ນີ້​ໃນ​ແງ່ໄ​ພຄຸກຄາມທາງ​ໄຊ​ເບີ​.

ໃນ​ຍຸກ​ທີ່​ 5G ແຜ່ຫຼາຍ​ ໄພຄຸກຄາມ​ວິ​ດີ​ໂອປອມ​ ຫຼື ​ວິ​ດີ​ໂອ​ດັດ​ແປງ​ຈະ​ເກີດ​ຂຶ້ນ​ໃນ​ພາ​ວະ​ທີ່​ສາທາລະນະ​ຍອມ​ຮັບ​ເນື້ອຫາ​ທີ່​ສ້າງ​ໂດຍ​ AI ຫຼາຍ​ຂຶ້ນ​ ຍັງມີ​ສະພາບ​ແວດ​ລ້ອມ​ປະ​ເພດ​ AR ແລະ​ VR ທີ່​ຈະ​ມີ​ອິດທິພົນ​ຫຼາຍ​ຂຶ້ນ​ ທັງ​ໝົດ​ນີ້​ສົ່ງ​ຜົນໃຫ້​ອາຊະຍາກໍາທາງ​ໄຊ​ເບີ​​ໃນ​ຍຸກ​ໜ້າ​ແນບ​ນຽນ​ຫຼາຍ​ຂຶ້ນ​.


ດັ່ງ​ນັ້ນ​, ໄພຄຸກຄາມທາງໄຊ​ເບີ​​ ປີ​ 2030 ຈຶ່ງ​ຍັງມີ​ບາງ​ສ່ວນ​ທີ່​ຄຸ້ນ​ເຄີຍ​ກັນ​ດີ​ໃນ​ທຸກ​ມື້​ນີ້​ ເຊັ່ນ:​ ການ​ເຂົ້າ​ເຖິງ​ ຫຼື  ການ​ບຸກລຸກ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ແລະ ​ການ​ຂັດຂວາງທາງ​ກົດໝາຍ​ ໂດຍ​ສະເພາະ​ການ​ຈັດການ,​ ການ​ເປີດ​ເຜີຍ​ ລວມ​ເຖິງ​ການ​ນຳ​ຂໍ້​ມູນ​ໄປ​ໃຊ້​ໃນ​ທາງ​ທີ່​ຜິດ​ ຫຼື ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ ຊຶ່ງ​ໄພຄຸກຄາມ​ເຫຼົ່າ​ນີ້​ອາດ​ຈະເກີດ​ຂຶ້ນ​ພ້ອມ​ກັນ​ກໍ່ໄດ້​.

***ແນບນຽນ ​ແລະ​ ຫຼົບຫຼີກເກັ່ງ​

ໄພຄຸກຄາມທາງ​ໄຊ​ເບີ​​ໃນ​ ປີ​ 2030 ຈະ​ມີ​ຜົນ​ກະທົບ​ທີ່​ໃຫຍ່​ກວ່າ​ໄພຄຸກຄາມ​ໃນ​ຍຸກ​ 2020 ສ່ວນຫນຶ່ງ​ເປັນ​ເພາະ​ເຕັກ​ໂນ​ໂລ​ຊີ Machine learning ກ້າວ​ໜ້າເກີນ​ໄປ​ ເຕັກ​ນິກ​ການສ້າງ​ຄວາມ​ສັບ​ສົນ​ຈຶ່ງ​ພັດທະນາ​ຕົວ​ເອງ​ໃຫ້​ສູງ​ຂຶ້ນ​ຕາມ​ຄວາມ​ສາມາດ​ຂອງ​ AI ໄປ​ພ້ອມກັນ,​ ຈຸດ​ນີ້​ອາດຈະ​ເຮັດໃຫ້​ໄພຄຸກຄາມທາງ​ໄຊ​ເບີ​​ສາມາດ​ຮຽນ​ຮູ້​ ແລະ ​ຫຼົບ​ຫຼີກການ​ດັກ​ຈັບ​ໄດ້​ຢ່າງ​ວ່ອງໄວ​ ເຮັດໃຫ້​ການ​ລະ​ບຸ​ແຫຼ່ງ​ທີ່​ມາ​ຂອງ​ອາຊະຍາກອນ​ທາງໄຊ​ເບີ​​ເຮັດ​ໄດ້​ຍາກ​ຂຶ້ນ​ເຊັ່ນກັນ.

ເມື່ອ​ຖາມວ່າ​ວິໄ​ສ​ທັດ​ພາບ​ລວມໄ​ພຄຸກຄາມຄວາມປອດໄພທາງໄຊເບີ ​ໃນ​ 10 ປີ​ຂ້າງ​ຫນ້າທີ່ ​Trend Micro ​ປະເມີນ​ໄວ້​ ຈະ​ເຮັດໃຫ້​ເກີດ​ຜົນກະທົບຫຍັງ​ຫຼາຍ​ທີ່ສຸດ​ໃນ​ພູມິພາກ​ອາ​ຊຽນ​, Trend Micro ແນໃສ່ໄປທີ່ອົງກອນ​ ໂດຍ​ອະທິບາຍ​ວ່າ​ ໃນ​ອີກ​ 10 ປີ​ຈາກ​ນີ້​ ອົງ​ກອນ​ຫຼາຍກວ່າ​ 90% ຈະ​ປັບ​ລະບົບ​ເປັນ​ຄລາວ​​ ເທິງ​ພື້ນ​ຖານ​ທີ່​ຕ້ອງ​ຂັບ​ເຄື່ອນ​ທຸລະກິດ​ໃຫ້​ເຕີບໃຫຍ່ໂຕ​ທັນ​ກັບຍຸກ​ໃນ​ອະນາຄົດ​. ດັ່ງ​ນັ້ນ​, ເມື່ອ​ເຕັກ​ໂນ​ໂລຊີ​ເປັນ​ບົດ​ບາດ​ທີ່​ສຳຄັນ​ ອົງ​ກອນ​ຈຶ່ງ​ຕ້ອງ​ວາງ​ແຜນ​ລະບົບ​ຮັກສາ​ຄວາມ​ປອດ​ໄພ ​ຫຼື​ Security Platform ໃຫ້​ຮອບຄອບ​ ເພື່ອ​ປ້ອງ​ກັນໄ​ພ​ຄຸກ​ຄາມ​ທີ່​ຈະ​ເກີດ​ຂຶ້ນ​ຢ່າງ​ບໍ່​ທັນ​ຕັ້ງ​ຕົວ​ໄດ້​.

‘Security Platform ຈະ​ມີບົດ​ບາດ​ສຳຄັນ​ຫຼາຍຂຶ້ນ​ໃນ​ຍຸກ​ໜ້າ​ ບໍ່​ວ່າ​ຈະ​ເປັນ​ສຳລັບ​ອົງ​ກອນ​ທຸລະກິດ​ ຫຼື ສ່ວນ​ຕົວ​ຜູ້ບໍ​ລິໂພກ​, ຊຶ່ງ​ປັດຈຸບັນ​ Trend Micro ​ມີ​ການ​ພັດທະນາ​ໂຊ​ລູ​ຊັນ (Solution)​ Beyond Technology is Security Platform : VISION ONE’ Trend Micro ​ລະ​ບຸ​ໄວ້.

ສຳລັບ​ 3 ຕົວ​ເລັ່ງ​ທີ່​ເຮັດໃຫ້​ເກີດ​ການ​ເຕີບໃຫຍ່​ຂອງ​ຕະຫຼາດ​ຄວາມປອດໄພ ​ຕັ້ງ​ແຕ່ຕອນ​ນີ້​ເຖິງ​ 10 ປີ​ຂ້າງ​ໜ້າ​ຄື​ ພາ​ວະ​ທີ່​ມະນຸດ​ເປັນ​ຈຸດ​ເລີ່ມ​ຕົ້ນ​ ນໍາ​ເຕັກ​ໂນ​ໂລ​ຊີ​ມາ​ໃຊ້​ດຳ​ເນີນ​ຊີວິດ ​ແລະ​ ທຸລະກິດ​ຫຼາຍ​ຂຶ້ນ​ ລວມ​ເຖິງ​ການ​ເຮັດ​ວຽກ ​ຫຼື ​ກິດຈະກຳ​ອື່ນ​ທີ່​ສາມາດ​ເຮັດຢູ່​ໃສກໍ່ໄດ້​ຂໍ​ພຽງ​ມີ​ລະບົບ​ສື່​ສານ​ ແລະ ​ຄວາມ​ຢືດ​ຢຸ່ນ​ຂອງ​ການ​ນຳ​ເຄື່ອງ​ມື​ມາ​ໃຊ້​ງານ​ ເພື່ອ​ໃຫ້​ເກີດ​ຄວາມ​ງ່າຍ ​ແລະ​ ວ່ອງໄວ​.

ທັງ​ 3 ປັດ​ໄຈ ​ເນັ້ນ​ຢ້ຳ​ວ່າ​ຕະຫຼອດ​ໄລຍະ 10 ປີ​ນັບ​ຈາກ​ນີ້​ ສິ່ງ​ທີ່​ຕ້ອງ​ກຽມຄວາມ​ພ້ອມ ​ແລະ​ ວາງ​ແຜນ​ຮັບ​ມື​​ລະບົບ​ Security Platform ທີ່​ Trend Micro ​ແລະ​ ອີກ​ຫຼາຍ​ຜູ້ບໍລິການ​ຈໍາໜ່າຍ​​ຢູ່​ນັ້ນ​ເອງ​.

ເອກະສານອ້າງອີງ:

  1. https://mgronline.com/cyberbiz/detail/9640000061727

Meesaisak 29 August 2024 185 reads Print