Oh no! Where's the JavaScript?
Your Web browser does not have JavaScript enabled or does not support JavaScript. Please enable JavaScript on your Web browser to properly view this Web site, or upgrade to a Web browser that does support JavaScript.

ລາວເຊີດລາວເຊີດລາວເຊີດ

ບົດຄວາມ

ຮູ້ໄວ້! Do & Don’t ເມື່ອຈຳເປັນຕ້ອງເຊື່ອມຕໍ່ Wi-Fi ສາທາລະນະ



ໃນປັດຈຸບັນນີ້ ວາຍຟາຍສາທາລະນະ (Public Wi-Fi) ມີການໃຫ້ບໍລິການຢ່າງກວ້າງຂວາງເກືອບທຸກແຫ່ງ ຊຶ່ງສາມາດພົບເຫັນ ແລະ ສາມາດນຳໃຊ້ໄດ້ຕາມຮ້ານອາຫານ, ຮ້ານກາເຟ, ສວນສາທາລະນະ, ບັນດາສະຖານທີ່ທ່ອງທ່ຽວ ແລະ ໂຮງແຮມໃຫຍ່ໆ ຫຼື ຕາມສະໜາມບິນນານາຊາດຕ່າງໆ ກໍ່ລ້ວນແຕ່ມີການໃຫ້ບໍລິການຟຣີ Wi-Fi ຊຶ່ງຊ່ວຍໃຫ້ຄົນເຮົາສາມາດເຂົ້າເຖິງອິນເຕີເນັດໄດ້ຢ່າງສະດວກສະບາຍຫຼາຍຂຶ້ນໃນຍຸກ 4.0 ນີ້. ແຕ່ວ່າ, ຄຽງຄູ່ກັບຄວາມສະດວກສະບາຍເຫຼົ່ານັ້ນ ກໍ່ປາດສະຈາກບໍ່ໄດ້ ທີ່ອາດຈະມີໄພຄຸກຄາມທີ່ເປັນອັນຕະລາຍ ແລະ ມີຄວາມສ່ຽງດ້ານຄວາມປອດໄພ ໂດຍສະເພາະແມ່ນການຮົ່ວໄຫຼຂອງຂໍ້ມູນສ່ວນຕົວຂອງທ່ານຜ່ານທາງອຸປະກອນທີ່ທ່ານໃຊ້ງານ ບໍ່ວ່າຈະເປັນຄອມພິວເຕີ ຫຼື ໂທລະສັບມືຖື ເນື່ອງຈາກຂໍ້ມູນທີ່ຖືກຮັບ-ສົ່ງ ຜ່ານທາງ ວາຍຟາຍສາທາລະນະນັ້ນ ມີຄວາມສ່ຽງທີ່ຈະຖືກດັກຈັບຈາກແຮັກເກີ ຫຼື ຜູ້ບໍ່ຫວັງດີ.

ໂດຍປົກກະຕິແລ້ວ ເຄືອຂ່າຍວາຍຟາຍສາທາລະນະທີ່ໃຫ້ບໍລິການໃນປັດຈຸບັນ ຈະມີຢູ່ 2 ປະເພດຄື:

1. Unsecured Wi-Fi (ເຄືອຂ່າຍທີ່ບໍ່ປອດໄພ): ແມ່ນເຄືອຂ່າຍທີ່ໃຜໆກໍ່ສາມາດເຊື່ອມຕໍ່ເພື່ອເຂົ້າໃຊ້ງານໄດ້ ແຕ່ຕ້ອງຢູ່ພາຍໃນລັດສະໝີ(ວົງແຄບ)ຂອງອຸປະກອນກະຈາຍສັນຍານ ຊຶ່ງເຄືອຂ່າຍດັ່ງກ່າວ ຈະບໍ່ມີການຕັ້ງຄ່າກ່ຽວກັບຄວາມປອດໄພໃດໆ ເຊັ່ນ: ບໍ່ມີການລົງທະບຽນເພື່ອເຂົ້າໃຊ້ງານ ຫຼື ບໍ່ຈຳເປັນຕ້ອງໃຊ້ລະຫັດຜ່ານໃນການລ໋ອກອິນເຂົ້າເຄືອຂ່າຍເພື່ອໃຊ້ງານ.

2. Secured Wi-Fi (ເຄືອຂ່າຍທີ່ມີຄວາມປອດໄພ): ໃນທາງກົງກັນຂ້າມ, ເຄືອຂ່າຍທີ່ປອດໄພ ກໍ່ຄືຜູ້ໃຊ້ງານ ຕ້ອງຍອມຮັບເງື່ອນໄຂ ແລະ ຂໍ້ກຳນົດຕ່າງໆທາງດ້ານກົດໝາຍ ຫຼື ຕ້ອງໄດ້ລົງທະບຽນເພື່ອຮັບລະຫັດຜ່ານໃນການເຂົ້າໃຊ້ງານເພື່ອເຊື່ອມຕໍ່ກັບເຄືອຂ່າຍ. ນອກຈາກນີ້, ເຄືອຂ່າຍນີ້ອາດຈະມີການເກັບຄ່າທຳນຽມໃນການເຂົ້າໃຊ້ງານອີກດ້ວຍ.

ໃນການເຊື່ອມຕໍ່ເຂົ້າເຄືອຂ່າຍປະເພດໃດກໍ່ຕາມ ເຮົາຄວນພິຈາລະນາໃນການເລືອກໃຊ້ວາຍຟາຍສາທາລະ ນະ ດ້ວຍຄວາມຮອບຄອບ ແລະ ມີສະຕິລະມັດລະວັງ ເພື່ອຄວາມປອດໄພຂອງຂໍ້ມູນທີ່ສຳຄັນຂອງຕົວທ່ານເອງ.

ສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຄວນຫຼີກລ້ຽງ ເມື່ອຈຳເປັນຕ້ອງເຊື່ອມຕໍ່ ວາຍຟາຍສາທາລະນະ (Public Wi-Fi)

1. ສິ່ງທີ່ຄວນເຮັດ 

  • ເຊື່ອມຕໍ່ເຄືອຂ່າຍວາຍຟາຍສາທາລະນະ ທີ່ມີຄວາມປອດໄພທຸກຄັ້ງທີ່ມີໂອກາດ. ໃນກໍລະນີທີ່ບໍ່ມີທາງເລືອກ ຫຼື ມີຄວາມຈຳເປັນໃນການເຂົ້າໃຊ້ງານອິນເຕີເນັດ ກໍ່ໃຫ້ເລືອກລັກສະນະການເຊື່ອມຕໍ່ແບບມີການລ໋ອກອິນເພື່ອເຂົ້າສູ່ລະບົບ ຫຼື ມີການລົງທະບຽນເທົ່ານັ້ນ; 
  • ຄວນປິດຟັງຊັ່ນການເຊື່ອມຕໍ່ແບບອັດຕະໂນມັດ ບັນດາໂທລະສັບມືຖື ຫຼື ຄອມພິວເຕີ ສ່ວນຫຼາຍມັກມີການເປີດເຊື່ອມຕໍ່ແບບອັດຕະໂນມັດໄວ້ ເພາະມັນຊ່ວຍໃຫ້ເຮົາສາມາດເຊື່ອມຕໍ່ຈາກເຄື່ອງໜຶ່ງສູ່ເຄື່ອງອື່ນໄດ້ຢ່າງສະດວກ. ແຕ່ການຕັ້ງຄ່າແບບນີ້ ກໍ່ມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ອຸປະກອນຂອງເຮົາເຊື່ອມຕໍ່ກັບເຄືອຂ່າຍທີ່ເຮົາບໍ່ຮູ້ຈັກ ເຊິ່ງມີຄວາມສ່ຽງຕໍ່ການຖືກແຮັກໄດ້. ຄວນປິດການຕັ້ງຄ່າເຫຼົ່ານີ້ໄວ້ ໂດຍສະເພາະເວລາທີ່ເຮົາເດີນທາງໄປສະຖານທີ່ ທີ່ເຮົາບໍ່ຮູ້ຈັກ; 
  • ກວດສອບການເຊື່ອມຕໍ່ສັນຍານບລູທູດ (Bluetooth) ຂອງເຮົາໃຫ້ເຊື່ອມຕໍ່ກັບອຸປະກອນທີ່ເຮົາຮູ້ຈັກເທົ່ານັ້ນ ເພາະການເປີດສັນຍານບລູທູດຄ້າງໄວ້ໃນສະຖານທີ່ສາທາລະນະ ອາດເພີ່ມຄວາມສ່ຽງໃຫ້ເຮົາໄດ້ ຊຶ່ງແຮັກເກີ ສາມາດຄົ້ນຫາສັນຍານບລູທູດ ທີ່ບໍ່ມີການຕັ້ງຄ່າຄວາມປອດໄພທີ່ດີ ເພື່ອເຂົ້າເຖິງຂໍ້ມູນພາຍໃນອຸປະກອນໄດ້; 
  • ເຊື່ອມຕໍ່ຜ່ານເຄືອຂ່າຍ (Virtual Private Network ຫຼືືືືື VPN) ວິທີນີ້ຊ່ວຍເພີ່ມຄວາມປອດໄພຂອງຂໍ້ມູນ ແລະ ຄວາມເປັນສ່ວນຕົວໄດ້ດີ ເມື່ອຈຳເປັນຕ້ອງໃຊ້ ວາຍຟາຍສາທາ ລະນະ. ການບໍລິການ VPN ສາມາດເຂົ້າລະຫັດຂໍ້ມູນທັງໝົດທີ່ເຮົາຮັບ-ສົ່ງໃນຂະນະທີ່ໃຊ້ ວາຍຟາຍສາທາລະນະ ແລະ ມັນຍັງຊ່ວຍປົກປິດໝາຍເລກໄອພີ (IP Address) ທີ່ແທ້ຈິງຂອງເຮົາໄດ້. 

2.   ສິ່ງທີ່ຄວນຫຼີກລ້ຽງ

  • ຫຼີກລ້ຽງການເຊື່ອມຕໍ່ກັບວາຍຟາຍສາທາລະນະທີ່ບໍ່ປອດໄພ ເພື່ອເຂົ້າເຖິງບັນຊີທະນາຄານ ໃນການເຮັດທຸລະກຳອອນລາຍ ຫຼື ຂໍ້ມູນສ່ວນຕົວທີ່ເປັນຄວາມລັບ ເພາະຈະມີຄວາມສ່ຽງຈາກການຖືກແຮັກ ຈຶ່ງຄວນຄິດໃຫ້ດີກ່ອນຕັດສິນໃຈເຊື່ອມຕໍ່ເຄືອຂ່າຍດັ່ງກ່າວ;
  • ຫຼີກລ້ຽງການເຊື່ອມຕໍ່ວາຍຟາຍສາທາລະນະ ເພື່ອຊື້ເຄື່ອງອອນລາຍ ເນື່ອງຈາກການຊື້ສິນຄ້າອອນລາຍຕ້ອງໄດ້ໃຊ້ຂໍ້ມູນສ່ວນຕົວ ລວມເຖິງການເຂົ້າເຖິງບັນຊີທະນາຄານ ແລະ ລະຫັດຜ່ານເພື່ອລ໋ອກອິນເຂົ້າສູ່ລະບົບຂອງຮ້ານຄ້າ ທີ່ອາດມີການເຂົ້າເຖິງຂໍ້ມູນສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດໄດ້. ທາງອອກທີ່ດີໃນການປ້ອງກັນ ກໍ່ຄື ການຫັນໄປເຊື່ອມຕໍ່ຜ່ານເຄືອຂ່າຍໂທລະສັບສ່ວນຕົວຂອງຕົນເອງຈະມີຄວາມປອດໄພຫຼາຍກວ່າ.

ເຖິງຢ່າງໃດກໍ່ຕາມ ການປ້ອງກັນລະບົບທີ່ມີປະສິດຕິພາບ ກໍ່ຕ້ອງດີກວ່າການແກ້ໄຂປັນຫາຕາມຫຼັງ ສິ່ງສຳຄັນທີ່ສຸດ ກໍ່ຄື ຄວນຄຳນຶງເຖິງຄວາມປອດໄພຂອງຂໍ້ມູນເປັນອັນດັບທຳອິດ ຖ້າບໍ່ໝັ້ນໃຈວ່າການເຊື່ອມຕໍ່ເຄືອຂ່າຍທີ່ເກີດຂຶ້ນນັ້ນມີຄວາມປອດໄພ ກໍ່ບໍ່ຄວນໃຊ້ງານເຄືອຂ່າຍນັ້ນ, ແຕ່ຫາກມີຄວາມຈຳເປັນ ກໍ່ຄວນເລືອກໃຊ້ງານຜ່ານເຄືອຂ່າຍມືຖືຈະເປັນທາງອອກທີ່ປອດໄພທີ່ສຸດ.

 

ເອກກະສານອ້າງອີງ 

  1. https://us.norton.com/internetsecurity-wifi-the-dos-and-donts-of-using-public-wi-fi.html?otm_medium=onespot&otm_source=onsite&otm_content=article-page:article-slide-in-desktop-text-only&otm_click_id=86e666d6-e6b9-408e-9acb-de1baf485cc1
  2. https://www.kaspersky.com/resource-center/preemptive-safety/public-wifi

Porher 16 January 2020 4922 reads Print